About the Journal

ວາລະສານວິທະຍາສາດ ແລະ ເຕັກໂນໂລຊີ (Lao J. Sci. Technol.) ເປັນວາລະສານທີ່ຮັບຕີພິມບົດຄົ້ນຄວ້າວິທະຍາສາດ ​ທີ່​ເປັນ​ເອ​ກະ​ລັກ, ມີມາດຕະຖານ ແລະ ຄຸນນະພາບສູງ ​ໃນດ້ານ​ວິທະຍາສາດສົດ, ວິທະຍາສາດນຳ​ໃຊ້​ ແລະ ເຕັກໂນໂລຊີ ເຊິ່ງ​ລວມມີສາ​ຂາ​​ຄະນິດສາດ, ສະຖິຕິ, ຟີຊິກສາດ, ເຄມີສາດ, ຊີວະວິທະຍາ, ວິທະຍາສາດຄອມພິວເຕີ, ເຕັກໂນໂລຊີ ແລະ ນະວັດຕະກຳ, ​ຊີວະນາໆ​ພັນ​, ສິ່ງແວດລ້ອມ ແລະ ສາຂາອື່ນໆທີ່ກ່ຽວຂ້ອງ. ວາລະສານນີ້ຈະໄດ້ຈັດພິມປີລະ 2 ສະ​ບັບ ໂດຍຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ເຊິ່ງ​ຮັບ​ບົດຄົ້ນຄວ້າເປັນ​ພາສາລາວ ຫຼື ພາສາອັງກິດ. ບົດຄົ້ນຄວ້າທີ່ສົ່ງມາຈະໄດ້ຮັບການ​ທົບ​ທວນ​ກວດ​ແກ້​ຈາກຜູ້ຊ່ຽວຊານອິດສະຫຼະຢ່າງໜ້ອຍ 2 ທ່ານ ໃນສາຂາທີ່ກ່ຽວຂ້ອງ. ວາລະສານນີ້ຫ້າມຢ່າງເດັດ​ຂາດ​ໃນການຈັດພິມບົດຄົ້ນຄວ້າທີ່ເຄີຍຈັດພິມມາ​ແລ້ວ ຫຼື ກຳລັງຢູ່ໃນຂັ້ນຕອນການພິຈາລະນາຕີ​ພິມ​ຢູ່ບ່ອນອື່ນ. ຜູ້ຂຽນຕ້ອງປະຕິບັດຕາມ ຄຳແນະນຳສຳລັບຜູ້ຂຽນ ແລະ ຈັນຍາບັນການຈັດພິມຂອງວາລະສານວິທະຍາສາດ ແລະ ເຕັກໂນໂລຊີ. 

ຈຳ​ນວນ​ຄັ້ງ​ໃນ​ການຈັດພິມ

ປີໜຶ່ງ 2 ສະບັບ:
    ສະບັບທີ 1: ເດືອນມັງກອນ ຫາ ເດືອນມິຖຸນາ
    ສະບັບທີ 2: ເດືອນກໍລະກົດ ຫາ ເດືອນທັນວາ

Website: https://ljst.sjnl.la/

The Lao Journal of Science and Technology (Lao J. Sci. Technol.) publishes original research articles in pure sciences, applied sciences, and technology, including mathematics, statistics, physics, chemistry, biology, computer science, technology and innovation, biodiversity, environment, and other relevant areas. The Journal is published twice a year by the Faculty of Natural Sciences, National University of Laos. Manuscripts may be submitted in either English or the Lao language. The submitted manuscripts are peer-reviewed by at least two independent experts in relevant fields. The journal strictly prohibits publishing articles that have been previously published or are under review elsewhere. Authors must adhere to the journal’s Guidelines for Authors and Publishing Ethics. 

Publication Frequency

Two issues per year:
      No. 1    January to June
      No.2    July to December

Current Issue

Vol. 3 No. 1 (January-June) (2025): Lao Journal of Science and Technology
					View Vol. 3 No. 1 (January-June) (2025): Lao Journal of Science and Technology
Published: 2025-06-30

Articles

View All Issues