About the Journal
ວາລະສານວິທະຍາສາດ ແລະ ເຕັກໂນໂລຊີ (Lao J. Sci. Technol.) ເປັນວາລະສານທີ່ຮັບຕີພິມບົດຄົ້ນຄວ້າວິທະຍາສາດ ທີ່ເປັນເອກະລັກ, ມີມາດຕະຖານ ແລະ ຄຸນນະພາບສູງ ໃນດ້ານວິທະຍາສາດສົດ, ວິທະຍາສາດນຳໃຊ້ ແລະ ເຕັກໂນໂລຊີ ເຊິ່ງລວມມີສາຂາຄະນິດສາດ, ສະຖິຕິ, ຟີຊິກສາດ, ເຄມີສາດ, ຊີວະວິທະຍາ, ວິທະຍາສາດຄອມພິວເຕີ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຊີວະນາໆພັນ, ສິ່ງແວດລ້ອມ ແລະ ສາຂາອື່ນໆທີ່ກ່ຽວຂ້ອງ. ວາລະສານນີ້ຈະໄດ້ຈັດພິມປີລະ 2 ສະບັບ ໂດຍຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ເຊິ່ງຮັບບົດຄົ້ນຄວ້າເປັນພາສາລາວ ຫຼື ພາສາອັງກິດ. ບົດຄົ້ນຄວ້າທີ່ສົ່ງມາຈະໄດ້ຮັບການທົບທວນກວດແກ້ຈາກຜູ້ຊ່ຽວຊານອິດສະຫຼະຢ່າງໜ້ອຍ 2 ທ່ານ ໃນສາຂາທີ່ກ່ຽວຂ້ອງ. ວາລະສານນີ້ຫ້າມຢ່າງເດັດຂາດໃນການຈັດພິມບົດຄົ້ນຄວ້າທີ່ເຄີຍຈັດພິມມາແລ້ວ ຫຼື ກຳລັງຢູ່ໃນຂັ້ນຕອນການພິຈາລະນາຕີພິມຢູ່ບ່ອນອື່ນ. ຜູ້ຂຽນຕ້ອງປະຕິບັດຕາມ ຄຳແນະນຳສຳລັບຜູ້ຂຽນ ແລະ ຈັນຍາບັນການຈັດພິມຂອງວາລະສານວິທະຍາສາດ ແລະ ເຕັກໂນໂລຊີ.
ຈຳນວນຄັ້ງໃນການຈັດພິມ
ປີໜຶ່ງ 2 ສະບັບ:
ສະບັບທີ 1: ເດືອນມັງກອນ ຫາ ເດືອນມິຖຸນາ
ສະບັບທີ 2: ເດືອນກໍລະກົດ ຫາ ເດືອນທັນວາ
Website: https://ljst.sjnl.la/
The Lao Journal of Science and Technology (Lao J. Sci. Technol.) publishes original research articles in pure sciences, applied sciences, and technology, including mathematics, statistics, physics, chemistry, biology, computer science, technology and innovation, biodiversity, environment, and other relevant areas. The Journal is published twice a year by the Faculty of Natural Sciences, National University of Laos. Manuscripts may be submitted in either English or the Lao language. The submitted manuscripts are peer-reviewed by at least two independent experts in relevant fields. The journal strictly prohibits publishing articles that have been previously published or are under review elsewhere. Authors must adhere to the journal’s Guidelines for Authors and Publishing Ethics.
Publication Frequency
Two issues per year:
No. 1 January to June
No.2 July to December